• หน้าหลัก
  • ค้นหารถ
  • รถมาใหม่
  • รถทั้งหมด
  • เปรียบเทียบรถ
  • โปรโมชั่น
  • รอบรู้เรื่องรถ
  • เกี่ยวกับเรา
  • ติดต่อเรา
  • หน้าหลัก
  • ค้นหารถ
  • รถมาใหม่
  • รถทั้งหมด
  • เปรียบเทียบรถ
  • โปรโมชั่น
  • รอบรู้เรื่องรถ
  • เกี่ยวกับเรา
  • ติดต่อเรา
รอบรู้เรื่องรถ
10 ລົດໄຟຟ້າ ຂາຍດີທີ່ສຸດໃນໂລກ ໃນໄຕມາດທຳອິດຂອງປີ 2023

10 ລົດໄຟຟ້າ ຂາຍດີທີ່ສຸດໃນໂລກ ໃນໄຕມາດທຳອິດຂອງປີ 2023

  ຍອດຂາຍລົດໄຟຟ້າຊ່ວງໄຕມາດທຳອິດຂອງປີ 2023 ຕາມການລາຍງານຂອງ Counterpoint Research ພົບວ່າຍອດຂາຍຂອງລົດຍົນໄຟຟ້າເຕີບໃຫຍ່ຂຶ້ນ 32% ເມື່ອປຽບທຽບກັບຊ່ວງດຽວກັນໃນປີທີ່ແລ້ວ


  ທ່າມກາງການປ່ຽນເຂົ້າສູ່ຍຸກແຫ່ງຍານຍົນພະລັງງານທາງເລືອກ ອັນເນື່ອງມາຈາກນະໂຍບາຍດ້ານສິ່ງແວດລ້ອມທີ່ເນັ້ນເລື່ອງພະລັງງານສະອາດຂອງລັດຖະບານໂລກ   ທີ່ຫຼາຍໆປະເທດມີນະໂຍບາຍສະໜັບສະໜູນການໃຊ້ງານຍານຍົນພະລັງງານໃຫມ່ ຢ່າງລົດຍົນໄຟຟ້າ 100% ແລະ ລົດຍົນປັ໊ກອິນໄຮບິດ ເຮັດໃຫ້ຍອດຂາຍລົດຍົນໄຟຟ້າກຸ່ມນີ້ເຕີບໂຕຂື້ນເປັນຢ່າງຫຼວງຫຼາຍ ເມື່ອປຽບທຽບກັບຊ່ວງດຽວກັນໃນປີທີ່ຜ່ານມາ

  ໂດຍຍອດຂາຍລົດຍົນພະລັງງານໄຟຟ້າ ເປັນຂອງລົດຍົນໄຟຟ້າແບັດເຕີຣີ 100% ດ້ວຍສັດສ່ວນຫຼາຍກວ່າ 73% ຕາມມາດ້ວຍລົດຍົນປັ໊ກອິນໄຮບິດ 27% ໂດຍພຽງແຕ່ຕະຫຼາດໃນຈີນ ກໍສາມາດເຮັດຍອດຂາຍໄປໄດ້ຫຼາຍກວ່າ 56% ຈາກຍອດຂາຍຂອງລົດຍົນໄຟຟ້າທົ່ວໂລກ.

  ເຊິ່ງຍອດຂາຍຂອງລົດຍົນພະລັງງານໃນປະເທດຈີນ ໃນຊ່ວງໄຕມາດທຳອິດຂອງປີ 2023 ນີ້ ຄິດເປັນ 12% ຂອງຍອດຂາຍລົດຍົນທັ້ງໝົດໃນປະເທດ ເຕີບໂຕຂື້ນຫຼາຍເຖິງ 29% ເມື່ອປຽບທຽບກັບຊ່ວງເວລາດຽວກັນໃນປີທີ່ຜ່ານມາ

  ຕາມມາດ້ວຍປະເທດສາຫະລັດມາເມລິກາ ທີ່ມີການໃຊ້ງານລົດຍົນໄຟຟ້າເພີ່ມຂື້ນເຖິງ 77% ເມື່ອປຽບທຽບກັບຊ່ວງເວລາດຽວກັນ ແຊງໜ້າປະເທດເຢຍລະມັນເປັນທີຮຽບຮ້ອຍ


10 ລົດ EV ຂາຍດີທີ່ສຸດໃນໂລກ

  ໃນສ່ວນຂອງລົດຍົນພະລັງງານໃໝ່ ລວມທັ້ງລົດຍົນໄຟຟ້າ ແລະ ປັ໊ກອິນໄຮບິດ ທີ່ຂາຍຂາຍໃນຊວງໄຕມາດທຳອິດຂອງປີ 2023 ນີ້ໄດ້ແກ່

1.Tesla Model Y ລົດໄຟຟ້າ

2.Tesla Model 3 ລົດໄຟຟ້າ

3.BYD Song ລົດໄຟຟ້າ ແລະ ປັ໊ກອິນໄຮບິດ

4.BYD ATTO 3 ລົດໄຟຟ້າ

5.BYD Qin ລົດໄຟຟ້າ ແລະ ປັ໊ກອິນໄຮບິດ

6.Wuling Mini EV ລົດໄຟຟ້າ

7.BYD Dolphin ລົດໄຟຟ້າ

8.AION S ລົດໄຟຟ້າ

9.BYD Han ລົດໄຟຟ້າ ແລະ ປັ໊ກອິນໄຮບິດ

10.Changan Lumin ລົດໄຟຟ້າ

อ่านต่อ
BMW IX3 ລົດຍົນໄຟຟ້າທີ່ຄຸ້ມຄ້າ

BMW IX3 ລົດຍົນໄຟຟ້າທີ່ຄຸ້ມຄ້າ

ປົກກະຕິແລ້ວໃນປະເທດລາວ ການຊື້ລົດຍົນຢຸໂລບນັ້ນ ຫາກປຽບທຽບກັບລາຄາໃນຕ່າງປະເທດເພາະວ່າລົດຍົນຢຸໂລບມີລາຄາຈຳໜ່າຍທີ່ສູງກວ່າໃນຕ່າງປະເທດ 2-3 ເທົ່າຕົວເລີຍທີດຽວ ແຕ່BMW iX3 M Sport ເປັນ X3 Series ທີ່ລາຄາຖືກທີ່ສຸດໃນບ້ານເຮົາ ແລະ ມີອອບຊັ່ນດີທີ່ສຸດໃນບ້ານເຮົາດ້ວຍ ຫາກທ່ານກຳລັງຕັດສິນໃຈຊື້ລົດເພີ່ມຈາກລົດທີ່ມີຢູ່ໃນບ້ານ ເຈົ້າ iX3 ມັນເປັນຄຳຕອບທີ່ດີທີ່ສຸດ ທັ້ງດ້ານລາຄາ ແລະ ອອບຊັ່ນ


BMW iX3 M Sport ມາພ້ອມກັບເອກະລັກສຸດລ້ຳ ປະສານປະສິດທິພາບຂອງມໍເຕີ້ໄຟຟ້າເຂົ້າກັບຄວາມໜາແໜ້ນ ແລະ ຄວາມຈຸພະລັງງານໄຟຟ້າທີ່ເພີ່ມຂຶ້ນຂອງແບັດເຕີຣີແຮງດັນສູງ ພ້ອມມໍເຕີ້ໄຟຟ້າ ແຜງວົງຈອນໄຟຟ້າ ເທັກໂນໂລຊີການສາກ ແລະ ແບັດເຕີຣີແຮງດັນສູງຮຸ່ນລ່າສຸດ ທີ່ໄດ້ຮັບການຍົກລະດັບໃນດ້ານການເຮັດວຽກການໃຊ້ພະລັງງານໄຟຟ້າ ແລະ ໄລຍະທາງໃນການຂັບຂີ່.


ອີກທັ້ງຍັງເພີ່ມຄວາມໜາແໜ້ນ ແລະ ສັກກະຍະພາບຂອງກຳລັງໄຟຟ້າໂດຍການຮວມມໍເຕີ້ໄຟຟ້າ ວົງຈອນອີເລັກໂທຣນິກ ແລະ ລະບົບເກຍໄວ້ພາຍໃຕ້ໂຄງສ້າງດຽວກັນ ເຊັ່ນດຽວກັບ BMW iX

ລະບົບຂັບເຄື່ອນຮຸ່ນໃໝ່ BMW iX3 M Sport ມີພະລະກຳລັງສູງສຸດ 210 kw/286 ແຮງມ້າ ແລະ ແຮງບິດສູງສຸດ 400 N.m ເຊິ່ງໂດດເດັ່ນກວ່າມໍເຕີ້ໄຟຟ້າໃນຮຸ່ນອື່ນໆ ດ້ວຍຄວາມສາມາດໃນການຄົງແຮງບິດໄດ້ເຖິງແມ້ວ່າໃນລະຫວ່າງຮອບສູງ.

ສາມາດເລັ່ງຄວາມໄວຈາກ 0-100km/h ພາຍໃນ 6,8 ວິນາທີ ເຮັດຄວາມໄວສູງສຸດ 180 km/h. 

อ่านต่อ
ລົດໄຟຟ້າມີຈັກປະເພດໃຫ້ເລືອກ

ລົດໄຟຟ້າມີຈັກປະເພດໃຫ້ເລືອກ

ປັດຈຸບັນລົດຍົນໄຟຟ້າມີ 6 ປະເພດ ທີ່ອອກແບບມາໃຫ້ຕອບໂຈດການໃຊ້ງານທີ່ແຕກຕ່າງກັນ ຕໍ່ໄປນີ້

1. ລົດຍົນພະລັງງານໄຟຟ້າ (EV)

  ເປັນລົດຍົນທີ່ຂັບເຄື່ອນດ້ວຍການໃຊ້ພະລັງງານຈາກແບັດເຕີຣີພຽງຢ່າງດຽວ ຈະບໍ່ມີຂະບວນການເຜົາໄໝ້ຂອງເຄື່ອງຈັກພາຍໃນ ໃຊ້ເວລາສາກໄຟບໍ່ດົນກໍ່ສາມາດໃຊ້ງານໄດ້ແລ້ວ.

2. ລົດຍົນໄຟຟ້າແບບອີ-ພາວເວີ(E-Power)

 ເປັນລົດຍົນທີ່ພັດທະນາຂື້ນໂດຍນຳເອົາການທຳງານຂອງເຄື່ອງຈັກໃນລະບົບ Hybrid ກັບລະບົບ EV ມາປະສົມປະສານເຂົ້າກັນ ຈະມີເຄື່ອງຍົນຂະໜາດນ້ອຍທີ່ເຮັດໜ້າທີ່ປັ່ນກະແສໄຟຟ້າໄປເກັບສະສົມໄວ້ທີ່ແບັດເຕີຣີ ຫຼັງຈາກນັ້ນສົ່ງພະລັງງານໄປຍັງມໍເຕີ ຕົວລົດຍົນຈະສາມາດຂັບເຄື່ອນໄດ້ດ້ວຍພະລັງງານໄຟຟ້າທີ່ຖືກສ້າງມາຈາກຕົວເຄື່ອງຈັກນັ້ນເອງ ລົດຍົນໄຟຟ້າແບບອີ-ພາວເວີມີການເຕີມນ້ຳມັນ ແຕ່ບໍ່ມີການສາກໄຟ.

3. ລົດຍົນໄຟຟ້າແບບໄຮບິດ (HEV)

  ຂຶ້ນຊື່ວ່າໄຮບິດ ກໍຕ້ອງມີການທຳງານແບບປະສົມປະສານກັນ ແຕ່ຍັງຄົງ Concept ປະຫຍັດພະລັງງານ ແຕ່ເປັນລະບົບການທຳງານທີ່ໃຊ້ພະລັງງານຈາກນ້ຳມັນເຊື້ອໄຟປະສົມກັບພະລັງງານໄຟຟ້າ.

4. ລົດຍົນໄຟຟ້າປັ່ກ-ອີນໄຮບິດ (PHEV)

 ລົດຍົນໄຟຟ້າແບບໄຮບິດທີ່ປະສົມປະສານລະຫວ່າງເຄື່ອງຍົນກາຊວນ ຫຼື ແອັດຊັງ ເຮັດວຽກຮ່ວມກັບ ແບັດເຕີຣີຂະໜາດໃຫຍ່ທີ່ສາກພະລັງງານໄຟຟ້າໄດ້ ສາມາດໃຊ້ໄດ້ທັ້ງພະລັງງານຈາກໄຟຟ້າ ແລະ ນໍ້າມັນ.

5. ລົດພະລັງງານໄຣໂດຣເຈນ (Fuel Cell)

 ລົດຍົນທີ່ມີການນຳເອົາພະລັງງານໄຣໂດຣເຈນມາດັດແປງມາເປັນກະແສໄຟຟ້າເພື່ອໃຊ້ໃນການຂັບເຄື່ອນລົດຍົນ ຂະບວນການທຳງານທີ່ສົ່ງໄຣໂດຣເຈນ ແລະ ອອກຊີເຈນເຂົ້າໄປທີ່ແຜງນໍ້າມັນເຊື້ອໄຟ ແລະ ສ້າງກະແສໄຟຟ້າເກັບໄວ້ໃນແບັດເຕີຣີຈາກນັ້ນກະແສໄຟຟ້າຈະສົ່ງໄປທີ່ ມໍເຕີໄຟຟ້າທີ່ເປັນແຫຼ່ງຈ່າຍໄຟຟ້າໃນການຂັບເຄື່ອນລົດຍົນ.

6. ລົດຍົນໄຟຟ້າແບບໃຊ້ແຫລ່ງພະລັງງານ (Plug-in Electric Vehicle:PEVS)

 ລົດຍົນທີ່ມີແບັດເຕີຣີເປັນແຫຼ່ງພະລັງງານຫຼັກຢ່າງດຽວ ແລະ ໃຊ້ວິທີ່ການສາກແບັດເພື່ອສາກໄຟໃຫ້ກັບມາໃຊ້ໃໝ່ອີກຄັ້ງ, ແບ່ງອອກເປັນ 2 ປະເພດຄື: ປະເພດລົດໄຟຟ້າແບັດເຕີຣີ້ (BEV) ໃຊ້ພະລັງງານຈາກແບັດເຕີຣີ 100% ແລະ ປະເພດລົດຍົນໄຟຟ້າ Fuel Cell (FCEV) ທີ່ໃຊ້ນ້ຳມັນເຊື້ອເພິງໄຮໂດຣເຈນ.

อ่านต่อ
ຂໍ້ດີຂອງແບັດເຕີຣີ Lithium-Iom

ຂໍ້ດີຂອງແບັດເຕີຣີ Lithium-Iom

  ແບັດເຕີຣີ Lithium-Iom ຖືກຮູ້ຈັກໃນຖານະແຫຼ່ງກຳເນີດພະລັງງານ ແລະ ຖືກພັດທະນາຢ່າງຕໍ່ເນື່ອງເພື່ອໃຫ້ມີຂະໜາດທີ່ນ້ອຍລົງ ແລະ ສາມາດໃຫ້ພະລັງງານໄຟຟ້າໄດ້ຫຼາຍຂຶ້ນ ເຊິ່ງຂໍ້ດີທີ່ເຮັດໃຫ້ຖືກເລືອກມາເປັນແກນພະລັງງານຫຼັກໃນການຂັບເຄື່ອນລົດຍົນໄຟຟ້ານີ້ໄດ້ແກ່

1. ນ້ຳໜັກເບົາ: Lithium ທີ່ນຳມາໃຫ້ພະລິດແບັດເຕີຣີນັ້ນເປັນໂລຫະ Alkaline ທີ່ມີນ້ຳໜັກເບົາທີ່ສຸດໃນໂລກ ຈຶ່ງເຮັດໃຫ້ແບັດເຕີຣີມີນ້ຳໜັກເບົາຕາມໄປດ້ວຍ ດ້ວຍເຫດນີ້ລົດຍົນພະລັງງານໄຟຟ້າຈຶ່ງໃຊ້ພະລັງງານໃນການຂັບເຄື່ອນນ້ອຍລົງເພາະນ້ຳໜັກທີ່ນ້ອຍລົງ ເລີຍເຮັດໃຫ້ປະຢັດພະລັງງານໄດ້ຫຼາຍຂຶ້ນກວ່າເກົ່າ.

2. ອາຍຸການໃຊ້ງານຍາວນານ: ເນື່ອງຈາກການພັດທະນາມາຫຼາຍລຸ້ນຂອງແບັດເຕີຣີ ຈຶ່ງເຮັດໃຫ້ແບັດເຕີຣີ Lithium-Iom ບັນຈຸໄຟຟ້າໄດ້ຫຼາຍກວ່າ ແລະ ເກັບບັນຈຸໄຟຟ້າໄດ້ນານ (Low Discharge) ກວ່າແບັດເຕີຣີ Generation ອື່ນໆ ທັ້ງຍັງມີປະສິດທິພາບໃນເລື່ອງຂອງການສາກທີ່ສູງກວ່າ ແລະ ໃຊ້ງານໄດ້ນານ.

3. ໃຫ້ພະລັງງານສູງ, ຄົງທີ່ ແລະ ສາກໄດ້ໄວ້: ໃນສ່ວນປະກອບຂອງ Lithium ນັ້ນມີຈຸລັງໄຟຟ້າສູງກວ່າຈຸລັງໂລຫະອື່ນ ເປັນສາເຫດເຮັດໃຫ້ແບັດເຕີຣີມີແຮງດັນໄຟຟ້າທີ່ສູງກວ່າແບັດເຕີຣີຊະນິດອື່ນໆ ແບັດເຕີຣີ Lithium-Iom ຈຶ່ງກາຍເປັນຕົ້ນກຳເນີດຂອງແຫຼ່ງພະລັງງານທີ່ມີຄວາມໝັ້ນຄົງທີ່ສຸດ ຖືວ່າເປັນໃນພະລັງງານທາງເລື່ອກທີ່ຈະເຂົ້າມາແທນພະລັງງານເຊື້ອເພີງໄດ້ຢ່າງມີປະສິດທິພາບ

4. ເປັນຈຸລັງແຫ້ງ: ແບັດເຕີຣີ Lithium-Iom ບໍ່ມີສ່ວນອຸປະກອນທີ່ເປັນອັນຕະລາຍຕໍ່ທຳມະຊາດ ເຊັ່ນ: ທາດແຫຼວ ອາຊິດ ຫຼື ສານຕະກົ່ວ ຈຶ່ງສາມາດຮັບປະກັນເລື່ອງຂອງຄວາມປອດໄພຕໍ່ມະນຸດ ແລະ ສິ່ງແວດລ້ອມໄດ້ຫຼາຍກວ່າແບັດເຕີຣີອື່ນໆ.

อ่านต่อ
ລົດພະລັງງານໄຟຟ້າ 100% ປະຫຍັດແບບທີ່ຄາດບໍ່ເຖິງ

ລົດພະລັງງານໄຟຟ້າ 100% ປະຫຍັດແບບທີ່ຄາດບໍ່ເຖິງ

  ລົດຍົນພະລັງງານໄຟຟ້າຖືກພັດທະນາມາແຕ່ຕົ້ນສະຕະວັດທີ 20 ເພື່ອແກ້ໄຂບັນຫາໂລກເຊັ່ນ: ບັນຫາໂລກຮ້ອນ ແລະ ຄ່ານ້ຳມັນທີ່ສູງຂື້ນ ໂດຍໃຊ້ພະລັງງານໄຟຟ້າໃນການຂັບເຄື່ອນ ແລະ ຍັງມີຈຸດເດັ່ນອີກຢ່າງໜື່ງຄືຄວາມປະຫຍັດຄ່າໃຊ້ຈ່າຍຕ່າງໆທີ່ຄາດບໍ່ເຖິງ

● ຄ່າໃຊ້ຈ່າຍດ້ານພະລັງງານ: ລົດຍົນພະລັງງານໄຟຟ້າໃຊ້ພະລັງງານໄຟຟ້າໃນການທຳງານ ຈຶ່ງບໍ່ຕ້ອງເຕີມນ້ຳມັນເຊື້ອເພິງທີ່ມີລາຄາສູງ ເຮັດໃຫ້ປະຫຍັດຄ່າໃຊ້ຈ່າຍໄປໄດ້ຫຼາຍເທົ່າ ນັບວ່າເປັນທາງເລືອກໃໝ່ທີ່ດີ ແລະ ມອບຄວາມຄຸ້ມຄ່າໃນການໃຊ້ງານໄດ້ຢ່າງເຕັມປະສິດທິພາບ.

● ການສ້ອມບຳລຸງ: ລົດຍົນພະລັງງານໄຟຟ້າໃຊ້ພຽງມໍເຕີໄຟຟ້າໃນການຂັບເຄື່ອນແທນເຄື່ອງຍົນທີ່ເຜົາໄໝ້ພາຍໃນທີ່ມີສ່ວນປະກອບຫຼາກຫຼາຍ ເຮັດໃຫ້ຄ່າໃຊ້ຈ່າຍໃນການສ້ອມບຳລຸງສ່ວນປະກອບຕ່າງໆ ລົດນ້ອຍລົງ ເຊັ່ນ: ການປ່ຽນຖ່າຍນ້ຳມັນເຄື່ອງ ເປັນຕົ້ນ ລົດຍົນພະລັງງານໄຟຟ້າຈຶ່ງເປັນທາງເລືອກທີ່ຄຸ້ມຄ່າທີ່ຈະຊ່ວຍທ່ານລົດພາລະຄ່າໃຊ້ຈ່າຍທີ່ເພີ່ມຫຼາຍຂື້ນມາໃນພາຍຫຼັງ ອີກທັງແບັດເຕີຣີ Lithium ion ທີ່ຖືກໃຊ້ໃນລົດຍົນໄຟຟ້ານີ້ ມີອາຍຸການໃຊ້ງານໄດ້ນານ ແລະ ທົນທານ.

  ເມື່ອໂລກກ້າວເຂົ້າສູ່ຍຸກສະໃໝເທັກໂນໂລຍີ ລົດຍົນພະລັງງານໄຟຟ້າ 100% ຈຶ່ງຖືກພັດທະນາມາເພື່ອຕອບໂຈນຜູ້ໃຊ້ລົດຍົນທີ່ຕ້ອງການຄວາມຄຸ້ມຄ່າ ແລະ ສາມາດໃຊ້ງານໄດ້ໃນໄລຍະຍາວ ນອກຈາກນີ້ຍັງສາມາດຊ່ວຍໂລກຂອງເຮົາດ້ວຍເທັກໂນໂລຍີ Zero Emission ທີ່ມີສ່ວນເຮັດໃຫ້ມົນລະພິດໃນໂລກລົດນ້ອຍລົງ.

อ่านต่อ
ທຳຄວາມຮູ້ຈັກລົດຍົນພະລັງງານໄຟຟ້າ 100%

ທຳຄວາມຮູ້ຈັກລົດຍົນພະລັງງານໄຟຟ້າ 100%

  ມາທຳຄວາມຮູ້ຈັກລົດຍົນພະລັງງານໄຟຟ້າ100% ເຊິ່ງເກີດຈາກການພັດທະນາທາງເທັກໂນໂລຍີ ຈຶ່ງເຮັດໃຫ້ລົດຍົນປະເພດນີ້ໃຊ້ພຽງພະລັງງານໄຟຟ້າໃນການຂັບເຄື່ອນ ໂດຍວິທີການເຮັດວຽກຂອງລົດຍົນໄຟຟ້າແບບ 100% ນັ້ນ ບໍ່ໄດ້ມີຄວາມລະອຽດ ແລະ ຊັບຊ້ອນຄືລົດຍົນທີ່ໃຊ້ນ້ຳມັນເຊື້ອເພີງ ມີອົງປະກອບຫຼັກໃນການຂັບເຄື່ອນພຽງ 3 ສ່ວນເທົ່ານັ້ນ ແຕ່ທັງ 3 ສ່ວນນີ້ໄດ້ກໍ່ໃຫ້ເກີດການຂັບເຄື່ອນທີ່ເຕັມປະສິດທິພາບ ເຊິ່ງທັງ 3 ສ່ວນນີ້ໄດ້ແກ່

1. ແບັດເຕີຣີ: ພະລັງງານໄຟຟ້າທີ່ສາກເຂົ້າມາ ຈະຖືກເກັບໄວ້ໃນແບັດເຕີຣີ ເຊິ່ງປັດຈຸບັນນີ້ແບັດເຕີຣີທີ່ໃຊ້ໃນລົດຍົນໄຟຟ້າຄື: ແບັດເຕີຣີ Lithium ion ເຊິ່ງເກັບພະລັງງານໄຟຟ້າໄດ້ຫຼາຍ ແລະ ໃຊ້ງານໄດ້ທົນທານ.

2. ອຸປະກອນແປງກະແສໄຟຟ້າ: ມີໜ້າທີ່ຄວບຄຸມ ແລະ ແປງກະແສໄຟຟ້າຈາກພະລັງງານໄຟຟ້າກະແສຕົງເປັນພະລັງງານໄຟຟ້າກະແສສະຫຼັບ ເພື່ອສົ່ງພະລັງງານໄປຍັງມໍເຕີໄຟຟ້າ.

3.ມໍເຕີໄຟຟ້າ: ໃຊ້ໃນການສົ່ງພະລັງງານທີ່ໄດ້ມາຈາກຕົວແປງກະແສໄຟຟ້າສົ່ງໄປຍັງ Shaft ເພື່ອໃຫ້ເກີດພະລັງງານໃນການຂັບເຄື່ອນ.

อ่านต่อ
ເທັກໂນໂລຍີການຂັບເຄື່ອນລົດຍົນແຕ່ລະປະເພດ

ເທັກໂນໂລຍີການຂັບເຄື່ອນລົດຍົນແຕ່ລະປະເພດ

 ເມື່ອເວົ້າເຖິ່ງລົດຍົນພະລັງງານທາງເລືອກໃນປັດຈຸບັນ ທຸກຄົນຄົງນຶກເຖິງລົດຍົນພະລັງງານໄຟຟ້າ ດ້ວຍຄວາມທີ່ເປັນເທັກໂນໂລຍີທີ່ທັນສະໄໝ ແລະ ຍັງເປັນກະແສທີ່ກຳລັງເປັນທີ່ສົນໃຈໃນໂລກປັດຈຸບັນ ເຮັດໃຫ້ເກີດການພັດທະນາກ່ຽວກັບຄຸນນະພາບຂອງລົດຍົນໄຟຟ້າ ແລະ ເກີດເປັນລົດຍົນໄຟຟ້າປະເພດຕ່າງໆ ແບ່ງເປັນ 3 ປະເພດ ຕາມສວນປະກອບ ແລະ ຫຼັກການທຳງານດັ່ງນີ້.

1.ລົດຍົນພະລັງງານໄຟຟ້າ 100% ຫຼື່ EV(Electric Vehicle)

 ນະວັດຕະກຳທີ່ໃຊ້ພຽງພະລັງງານໄຟຟ້າຢ່າງດຽວ 100% ໃນການຂັບເຄື່ອນ ແລະ ສາມາດສາກໄຟໄດ້ຢ່າງສະໝ່ຳສະເໝີເມື່ອແບັດເຕີຣີໝົດ ໂດຍລົດຍົນໄຟຟ້ານີ້ຈະມີອົງປະກອບຫຼັກສຳຫຼັບການຂັບເຄື່ອນຄື ແບັດເຕີຣີ ອຸປະກອນແປງກະແສໄຟຟ້າ ແລະ ມໍເຕີໄຟຟ້າ.

  ຂັ້ນຕອນການເຮັດວຽກຂອງລົດໄຟຟ້າ ມີຈຸດເລີ່ມຕົ້ນຈາກແບັດເຕີຣີທີ່ເປັນແຫຼ່ງເກັບພະລັງງານໄຟຟ້າກະແສຕົງ ຕໍ່ມາຕົວແປງກະແສໄຟຟ້າຈະດຶງພະລັງງານຈາກແບັດເຕີຣີໄປປ່ຽນເປັນໄຟຟ້າກະແສສະຫຼັບ ແລະ ສົ່ງຕໍ່ໄປຍັງມໍເຕີເພື່ອໃຫ້ເກີດການຂັບເຄື່ອນລົດຍົນຕໍ່ໄປ

  ແລະ ດ້ວຍພະລັງງານໄຟຟ້າຢ່າງດຽວກໍ່ພຽງພໍທີ່ຈະທຳໃຫ້ເກີດການຂັບເຄື່ອນອັນນຸ້ມນວນ ແລະ ງຽບ ຈຶ່ງເວົ້າໄດ້ວ່າເປັນລົດຍົນພະລັງງານໄຟຟ້າທີ່ສົມບູນແບບ 100% ເຊິ່ງສາມາດເຮັດໃຫ້ປະຫຍັດຄ່າໃຊ້ຈ່າຍໄດ້ຫຼາຍຂຶ້ນ ທັງຄ່າສ້ອມບຳລຸງ ແລະ ຄ່າພະລັງງານໄຟຟ້າຈະມີລາຄານ້ອຍກວ່າພະລັງງານເຊື້ອເພີງ ຍິ່ງໄປກວ່ານັ້ນລົດຍົນໄຟຟ້ານີ້ ສາມາດຕອບສະໜອງການຂັບຂີ່ຂອງທ່ານທີ່ມີອັນຕາເລັ່ງໄດ້ດັ່ງໃຈເພາະມໍເຕີໄຟຟ້າສັ່ງການໃຫ້ເກີດການຂັບເຄື່ອນໄດ້ທັນທີ ທີ່ສຳຄັນລົດຍົນປະເພດນີ້ບໍ່ມີການປ່ອຍໄອເສຍຈຶ່ງບໍ່ສ້າງມົນລະພິດໃຫ້ແກ່ໂລກ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

2.ລົດຍົນທີ່ຂັບເຄື່ອນດ້ວຍເທັກໂນໂລຍີ ອີ-ເພົາເວີ(E-Power Technology)

  ອີ-ເພົາເວີ ເທັກໂນໂລຍີ ປະກອບດ້ວຍເຄື່ອງຈັກໃນການເຜົາໃໝ້ພາຍໃນໃຊ້ນ້ຳມັນເຊື້ອເພີງ, ເຄື່ອງກຳເນິດໄຟຟ້າ (Generator), ແບັດເຕີຣີ (Battery), ອຸປະກອນແປງກະແສໄຟຟ້າ (Inverter) ແລະ ມໍເຕີໄຟຟ້າ (Motor) ໂດຍລົດຍົນຂັບເຄື່ອນດ້ວຍກຳລັງຈາກມໍເຕີໄຟຟ້າເທົ່ານັ້ນ ເຊິ່ງກະແສໄຟຟ້າທີຖືກສົ່ງມາໃຫ້ກັບມໍເຕີນັ້ນ ຈະຖືກເກັບຢູ່ໃນແບັດເຕີຣີກຳລັງສູງ ໂດຍທີ່ເຄື່ອງຍົນເຜົາໃໝ້ພາຍໃນເຮັດໜ້າທີ່ໃນການສ້າງກະແສໄຟຟ້າເຂົ້າມາເກັບຢູ່ຕະຫຼອດເວລາເພື່ອຊົດເຊີຍກະແສໄຟຟ້າທີ່ຖືກໃຊ້ງານໄປ ພະລັງງານແບບ ອີ-ເພົາເວີ (E-Power) ໃຫ້ແຮງບິດທັນທີລວມເຖິງອັດຕາເລັ່ງທີ່ວ່ອງໄວ ແລະ ແຮງບິດທີ່ນຸ້ມນວນ.

3. ລົດຍົນໄຟຟ້າໄຮບິດ Hybrid Electric Vehicle (HEV)

  ເປັນໜຶ່ງໃນເທັກໂນໂລຍີຂອງພະລັງງານໄຟຟ້າທີ່ເຂົ້າມາມີບົດບາດຍາວນານທີ່ສຸດ ການເຮັດງານຂອງລົດຍົນປະເພດນີ້ເປັນແບບນ້ຳມັນເຊື້ອເພີງປະສົມກັບພະລັງງານໄຟຟ້າ ຫຼື ແບບລູກປະສົມ ໂດຍເຄື່ອງຍົນຫຼັກທີ່ໃຊ້ຈະເປັນຕົວເຄື່ອງຍົນເຜົາໃໝ້ພາຍໃນ ເຮັດວຽກປະສົມປະສານກັບລະບົບມໍເຕີໄຟຟ້າໃນການຂັບເຄື່ອນ ແລະ ລະບົບຈະເລືອກເຮັດວຽກດ້ວຍມໍເຕີໄຟຟ້າ ຫຼື ເຄື່ອງຍົນເອງໂດຍອັດຕະໂນມັດ ເພື່ອໃຫ້ເກີດການຂັບຂີ່ທີ່ມີປະສິດທິພາບສູງສຸດ.

อ่านต่อ
4 ຂໍ້ດີຂອງການໃຊ້ລົດຍົນໄຟຟ້າ 100%

4 ຂໍ້ດີຂອງການໃຊ້ລົດຍົນໄຟຟ້າ 100%

1.ຄວາມງຽບ ແລະ ອັດຕາເລັ່ງທີ່ໄດ້ດັ່ງໃຈຂອງຄົນຂັບ

ລົດຍົນໄຟຟ້າໃຊ້ພະລັງງານໄຟຟ້າຈາກແບັດເຕີຣີໄປຫາມໍເຕີເພື່ອຂັບເຄື່ອນ ໂດຍທີ່ບໍ່ມີການນຳໃຊ້ເຄື່ອງຈັກເຜົາໄຫມ້ພາຍໃນ ດັ່ງນັ້ນມັນບໍ່ເຮັດໃຫ້ເກີດການເຜົາໄຫມ້ ເຮັດໃຫ້ສຽງຂອງລົດຍົນໄຟຟ້າແມ່ນງຽບກວ່າລົດໃຊ້ນ້ຳມັນ ແລະ ສາມາດເຮັດໃຫ້ເລັ່ງໄດ້ຕາມທີ່ທ່ານຕ້ອງການ ເພາະວ່າບໍ່ມີຂະບວນການຫຼຸດເກຍອີກຕໍ່ໄປ ຈຶ່ງເຮັດໃຫ້ລົດຍົນສາມາດຕອບສະໜອງການຂັບຂີ່ໄດ້ຕາມຄວາມຕ້ອງການຂອງຜູ້ຂັບຂີ່

2.ປະຫຍັດຄ່າໃຊ້ຈ່າຍ ແລະ ຄ່າສ້ອມບຳລຸງ

ລົດຍົນໄຟຟ້າຈະຊ່ວຍທ່ານປະຫຍັດຄ່ານ້ຳມັນ ແລະ ຄ່າສ້ອມບຳລຸງ ເພາະລົດຍົນຊະນິດນີ້ໃຊ້ພະລັງງານໄຟຟ້າມາແທນທີ່ຂອງນ້ຳມັນທີ່ມີລາຄາສູງ ເຊັ່ນດຽວກັນກັບຄ່າໃຊ້ຈ່າຍໃນການຊ່ອມບຳລຸງລົດຍົນໄຟຟ້າ ຈະມີຄ່າໃຊ້ຈ່າຍໃນການບຳລຸງຮັກສາຫນ້ອຍເພາະບໍ່ມີເຄື່ອງຈັກ ແລະ ບໍ່ຈຳເປັນຕ້ອງປ່ຽນນ້ຳມັນເຄື່ອງ ດັ່ງນັ້ນຈຶ່ງເຮັດໃຫ້ການບຳລຸງຮັກສາງ່າຍຂື້ນ ບໍ່ເສຍເວລາໃນການນຳລົດໄປບຳລຸງຮັກສາເລື້ອຍໆ.

3.ຊ່ວຍຫຼຸດຜ່ອຍມົນລະພິດ

ສຳລັບໂລກຂອງພວກເຮົາທີ່ຢູໃນພາວະໂລກຮ້ອນ ລົດໄຟຟ້າແມ່ນຄຳຕອບທີ່ສົມບູນແບບ ເພື່ອຫຼຸດຜ່ອນມົນລະພິດຂອງໂລກ ເນື່ອງຈາກວ່າບໍ່ມີການເຜົາໄຫມ້ເຄື່ອງຈັກທີ່ເຮັດໃຫ້ເກີດອາຍແກັສໄອເສຍ ແລະ ມົນລະພິດທາງອາກາດ ທີ່ນຳໄປສູ່ພາວະໂລກຮ້ອນ ເຊັ່ນ: ຄວັນໄອເສຍຂອງລົດຈະຫາຍໄປ.

4.ບໍ່ຕ້ອງເສຍເວລາອີກຕໍ່ໄປ ເພາະສາມາດສາກແບັດໄດ້ຢູ່ເຮືອນຂອງທ່ານ

ການຕໍ່ແຖວເພື່ອເຕີມນ້ຳມັນຍັງເປັນຫາບັນສຳລັບປະຊາຊົນຈຳນວນຫຼາຍ ນອກຈາກນັ້ນ ບາງບ້ານກໍ່ບໍ່ມີປ້ຳນ້ຳມັນຢູໃກ້ເຮືອນ ດັ່ງນັ້ນຈຶ່ງຕ້ອງເສຍເວລາໃນການເດີນທາງໄປປ້ຳນ້ຳມັນ ແຕ່ກັບລົດໄຟຟ້ານັ້ນ ທ່ານສາມາດສາກແບັດໄດ້ຢູ່ເຮືອນຂອງທ່ານເອງ ເຊິ່ງສາມາດສາກໄຟໄດ້ໃນເວລານອນ ເມື່ອຕື່ນນອນຕອນເຊົ້າລົດຂອງທ່ານກໍ່ກຽມພ້ອມສຳລັບການໃຊ້ງານບໍ່ຕ້ອງກັງວົນກ່ຽວກັບການເສຍເວລາຢູ່ປ້ຳນ້ຳມັນອີກຕໍ່ໄປ

ດ້ວຍຂໍ້ດີເຫຼົ່ານີ້ຈຶ່ງເຮັດໃຫ້ລັດຖະບານຫຼາຍໆປະເທດຕ່າງພາກັນສະໜັບສະໜູນລົດຍົນພະລັງງານໄຟຟ້າບໍ່ວ່າຈະຢູ່ໃນ ສະຫະລັດອາເມລິກາ ນອກແວ ຈີນ ເຢຍລະມັນ ຫຼື ອັງກິດ ເຊິ່ງປະຈຸບັນແມ່ນປະເທດທີ່ມີຜູ້ໃຊ້ລົດໄຟຟ້າ ແລະ ພະຍາຍາມຊຸກຍູ້ນະໂຍບາຍເພື່ອເຮັດໃຫ້ລົດຍົນໄຟຟ້າກາຍເປັນລົດໃນອານາຄົດທີ່ທົ່ວໂລກຈະນຳໃຊ້ ແລະ ສຳລັບປະເທດລາວກໍໄດ້ມີການຕິດຕັ້ງຈຸດສາກໄຟ ສຳລັບລົດໄຟຟ້າ.

อาจเป็นรูปภาพของ รถยนต์ และ ข้อความ

ความรู้สึกทั้งหมด

1

1


อ่านต่อ

แสดงผลการค้นหาลำดับที่ 1 ถึง 8
หน้าที่
  • 1
  • 2
เรามีรถให้เลือกมากกว่า
1,000
คัน
ยอดขายรถยนต์มือสอง
15,000
คัน
โชว์รูมได้
มาตราฐาน
รับประกัน รถทุกคัน
ไม่มีข้อยกเว้น
เราคือที่สุด
ของการเซฟดอกเบี้ยให้คุณ
เครือข่ายไฟแนนซ์ทั่วประเทศ
ผ่านง่ายสะดวกสบาย
ใส่ใจทุกเคส

  • หน้าหลัก
  • ค้นหารถ
  • รถมาใหม่
  • รถทั้งหมด
  • เปรียบเทียบรถ
  • โปรโมชั่น
  • รอบรู้เรื่องรถ
  • เกี่ยวกับเรา
  • ติดต่อเรา
www.evxspst.com® 2022 - All Rights Reserved
ติดต่อเจ้าหน้าที่